ເລື່ອງ:ສູງໆໂລດນັນດາ
Fly High Nanda
ພວກເຮົາກຳລັງຊອກຫານັກສະແດງໜ້າໃໝ່ ເພື່ອຮ່ວມເປັນສ່ວນໜຶ່ງໃນການສ້າງສັນຜົນງານອັນຊົງຄຸນຄ່າ
ເບິ່ງບົດບາດທີ່ເປີດຮັບເປີດຮັບສະໝັກນັກສະແດງ (CASTING CALL)
1. ບົດບາດ: ນັນດາ (ນັກສະແດງນຳ)
ຄາແຣັກເຕີ: ເດັກສາວຊາວລາວຜູ້ມີຄວາມຝັນອັນຍິ່ງໃຫຍ່, ສົດໃສ ແລະ ມີຄວາມມຸ່ງໝັ້ນທີ່ຈະໂບຍບິນໄປໃຫ້ໄກທີ່ສຸດ.
ຄຸນສົມບັດ:
- ເພດຍິງ, ອາຍຸ 17-20 ປີ
- ມີຄວາມຕັ້ງໃຈ ແລະ ສາມາດຝຶກຝົນພາສາເກົາຫຼີເບື້ອງຕົ້ນໄດ້
- ສາມາດຈັດສັນເວລາຖ່າຍທຳໄດ້ໃນຊ່ວງຕອນແລງ ແລະ ວັນເສົາ-ອາທິດ
2. ບົດບາດ: ຮານຶລ (ນັກສະແດງນຳ)
ຄາແຣັກເຕີ: ຄູອາສາສະໝັກຊາວເກົາຫຼີຜູ້ໃຈດີ, ອົບອຸ່ນ ແລະ ເປັນແຮງບັນດານໃຈໃຫ້ກັບນັນດາ.
ຄຸນສົມບັດ:
- ເພດຍິງ, ອາຍຸ 20-25 ປີ (ຫຼືເບິ່ງຄືຢູ່ໃນຊ່ວງໄວນີ້)
- ມີບຸກຄະລິກ ແລະ ໜ້າຕາທີ່ເບິ່ງຄືຄົນເກົາຫຼີ
- ສາມາດສື່ສານພາສາລາວ ຫຼື ພາສາເກົາຫຼີໄດ້
- ສາມາດຈັດສັນເວລາຖ່າຍທຳໄດ້ໃນຊ່ວງຕອນແລງ ແລະ ວັນເສົາ-ອາທິດ
3. ບົດບາດ: ນັກສະແດງສົມທົບ (Extras)
ພວກເຮົາກຳລັງຊອກຫາບຸກຄົນທົ່ວໄປເພື່ອຮ່ວມເປັນສ່ວນໜຶ່ງໃນສາກຕ່າງໆຂອງຮູບເງົາ ເພື່ອສ້າງບັນຍາກາດໃຫ້ສົມຈິງ.
ຄຸນສົມບັດ:
- ບໍ່ຈຳກັດເພດ ແລະ ອາຍຸ
- ມີຄວາມສົນໃຈໃນການສະແດງ
- ອາໄສຢູ່ໃນຫຼວງພະບາງ ຫຼື ເຂດໃກ້ຄຽງ
ວິທີການສະໝັກ
ຜູ້ທີ່ສົນໃຈສາມາດເລືອກກຸ່ມທີ່ຕ້ອງການສະໝັກ ແລະ ຕື່ມແບບຟອມໄດ້ທີ່ລິ້ງລຸ່ມນີ້:
ສໍາລັບບົດນັກສະແດງນຳ (ນັນດາ, ຮານຶລ)
ສະໝັກບົດນັກສະແດງນຳ**ປິດຮັບສະໝັກວັນທີ 10 ກັນຍາ 2025**